ຊີວິດຄືຫຍັງ?

0


         ຊີວິດຄືຫຍັງເປັນຫຍັງຈຶ່ງເກີດມາເກີດມາເພື່ອຫຍັງ? ​ແມ່ນຫຍັງຄືສິ່ງສູງສຸດທີ່ຊີວິດຄວນຈະໄດ້ ແລະຈະໄດ້ໂດຍວິທີໃດຊຶ່ງນິ້ເປັນຄຳຖາມທີ່ມະນຸດຄວນທີ່ຈະຖາມຕົວເອງ ແລະພະຍາຍາມສະແຫວຫາຄຳຕອບໃຫ້ແກ່ຕົວເອງ ຖ້າເຮົາຍັງບໍ່ຮູ້ຄຳຕອບເຫລົ່ານີ້ຈະແຈ້ງດ້ວຍຕົວເອງກໍຮຽກໄດ້ວ່າເຮົາຍັງໂງ່ ຫຼືຍັງມືດບອດຢູ່ ແລະເມື່ອເຮົາຍັງບໍ່ຮູ້ຈັກຊີວິດຢ່າງຖືກຕ້ອງ ແລ້ວເຮົາຈະດຳເນີນຊີວິດໃຫ້ຖືກຕ້ອງເພື່ອໃຫ້ໄດ້ສິ່ງທີ່ຖືກຕ້ອງດີງາມຫຼືສິ່ງສູງສຸດທີ່ມະນຸດຄວນຈະໄດ້ໄດ້ຢ່າງໃດ?

ປະຈຸບັນມະນຸດມີຄວາມຮູ້ໃນເລື່ອງທາງວັດຖຸຢ່າງລະອຽດ​ ແລະຮູ້ແມ່ນກະທັ່ງເລື່ອງທີ່ໄກອອກໄປນອກໂລກ ອີກທັງມະນຸດຍັງຮູ້ແມ່ນກະທັ່ງເລື່ອງໃນອະດີດສະໄໝເມື່ອມະນຸດຍັງບໍ່ເກີດຂຶ້ນມາໃນໂລກເສຍດ້ວຍຊ້ຳ ແຕ່ມະນຸດກັບບໍ່ຮູ້ຈັກວ່າຕົນເອງຄືຫຍັງຫຼືເກີດມາເພື່ອຫຍັງ?

ຄວາມຮູ້ທາງໂລກທັງຫຼາຍນັ້ນ ຈະມີປະໂຫຍດຫຍັງແກ່ຊີວິດຂອງເຮົາຢ່າງແທ້ຈິງ​? ມັນສາມາດຊ່ວຍໃຫ້ເຮົາພົ້ນທຸກຫຼືຢ່າງນ້ອຍຊ່ວຍໃຫ້ໂລກມີສັນຕິພາບຂຶ້ນມາແດ່ໄດ້ຫຼືບໍ່ບໍ່ເລີຍ ມີແຕ່ຈະເຮັດໃຫ້ທຸກເພີ່ມຂຶ້ນ​ ແລະໂລກມີສັນຕິພາບນ້ອຍລົງ ແລ້ວເປັນຫຍັງເຮົາບໍ່ລອງຫັນມາສຶກສາຕົວເອງກັນເບິ່ງ​ ບາງທີເຮົາອາດຈະພົບກັບຄວາມຈິງຂອງຊີວິດຂຶ້ນມາແດ່ກໍໄດ້

ຜູ້ຄົນໂດຍຫຼາຍຄິດວ່າຊີວິດເກີດມາເພື່ອສະແຫວຫາຄວາມສຸກ ແລະຄວາມສຸກຄືສິ່ງສູງສຸດສຳລັບຊີວິດ ຊຶ່ງນີ້ເບິ່ງຈະເປັນສາມັນສຳນຶກຂອງຈິດໃຈມະນຸດທຸກຄົນ ຊຶ່ງຄວາມສຸກຂອງໂລກກໍມີພຽງຄວາມສຸກຈາກເລື່ອງເພດ ​ເລື່ອງສິ່ງຂອງຟຸ່ມເຟືອຍ​ ແລະເລື່ອງກຽດຕິຍົດຊື່ສຽງເທົ່ານັ້ນ ມະນຸດທັງຫຼາຍສະແຫວຫາ​ ແລະແຍ່ງຊິງລວມທັງບຽດບຽນກັນກໍເພື່ອຄວາມສຸກເຫລົ່ານີ້ ແມ່ນການທີ່ມະນຸດເກີດຂຶ້ນມາຈົນຈະລົ້ນໂລກກໍເພາະຄວາມສຸກເຫລົ່ານີ້ ແມ່ນສົງຄາມທຸກຮູບແບບກໍມີສາເຫດມາຈາກຄວາມສຸກເຫລົ່ານີ້ ແລະແມ່ນໂລກກໍຈະພິນາດເພາະຄວາມສຸກເຫລົ່ານີ້

ຈິງຢູ່ຄວາມສຸກນັ້ນມັນໜ້າຍິນດີ ໜ້າຫລົງໄຫຼ ໜ້າຕິດໃຈ ແຕ່ໃນເມື່ອມັນສ້າງບັນຫາໃຫ້ແກ່ຊີວິດ​ ແລະ​​ແກ່ສັງຄົມມະນຸດທັງໂດຍກົງ​ ແລະໂດຍອ້ອມ ລວມທັງມັນກໍບໍ່ໄດ້ເປັນສິ່ງທີ່ທ່ຽງແທ້ຖາວອນທີ່ຈະຕັ້ງຢູ່ໄດ້ຕະຫລອດໄປໂດຍບໍ່ຕ້ອງສ້າງມັນຂຶ້ນມາ ແລ້ວຢ່າງນີ້ເຮົາຍັງຄິດວ່າຄວາມສຸກນີ້ຈະເປັນສິ່ງສູງສຸດສຳລັບຊີວິດກັນຢູ່ອີກຫຼືບໍ?

ເມື່ອມີຄຳຖາມເຫລົ່ານີ້ໃນມຸມມອງຂອງພຸດທະສາດສະຫນາແລ້ວ ເຮົາອາດຈະໄດ້ຄຳຕອບທີ່ແປກໄປຈາກມຸມມອງອື່ນ ອັນໄດ້ແກ່

ຊີວິດຄືຫຍັງຄຳຕອບກໍຄື ​ຊີວິດກໍຄືສິ່ງທີ່ເກິດຂື້ນມາຮັບຮູ້ສິ່ງຕ່າງໆ ​ແລະສະແຫວຫາຄວາມສຸກພ້ອມກັບແລ່ນໜີຄວາມທຸກ

ເປັນຫຍັງຊີວິດຈຶ່ງເກີດຂຶ້ນມາຄຳຕອບກໍຄື​ ເພາະພໍ່ແມ່ເຮັດໃຫ້ເຮົາເກີດ ໂດຍມີທຳມະຊາດຜັກດັນມາ

ຊີວິດເກີດມາເພື່ອຫຍັງຄໍາຕອບກໍຄື​ ເພື່ອເຮັດໜ້າທີ່ ໂດຍເລີ່ມຕັ້ງແຕ່ໜ້າທີ່ດູແລຮັກສາຮ່າງກາຍໃຫ້ດຳລົງຢູ່ຢ່າງເປັນສຸກ ສູງຂຶ້ນໄປກໍຄືໜ້າທີ່ດູແລຮັກສາຄອບຄົວສັງຄົມປະເທດຊາດແລະໂລກໃຫ້ດຳລົງຢູ່ຢ່າງສະຫງົບສຸກມີສັນຕິພາບ ແລະສູງສຸດກໍຄືໜ້າທີ່ເບິ່ງ-ແຍງຈິດໃຈຕົວເອງໃຫ້ດຳລົງຢູ່ໂດຍມີທຸກນ້ອຍທີ່ສຸດຫຼືບໍ່ມີທຸກເລີຍ

ແມ່ນຫຍັງຄືສິ່ງສູງສຸດທີ່ຊີວິດຄວນຈະໄດ້ຄຳຕອບກໍຄື​ ຄວາມບໍ່ມີທຸກໃດໆ ​ເລີຍຕະຫລອດຊີວິດ

ຄວາມບໍ່ມີທຸກກໍຄືຄວາມສະຫງົບຂອງຈິດໃຈ ຊຶ່ງຈະກົງກັນຂ້າມກັບຄວາມສຸກທົ່ວໄປທີ່ເຮັດໃຫ້ຈິດໃຈບໍ່ສະຫງົບ ແລະສ້າງບັນຫາຕາມມາໃນພາຍຫຼັງ ຍິ່ງສຸກຫຼາຍກໍຈະຍິ່ງມີທຸກຫຼາຍຕາມມາສະເໝີ ສ່ວນຄວາມສະຫງົບມີແຕ່ຈະລຸດບັນຫາ ຕະຫລອດຈົນຖ້າສະຫງົບຢ່າງເຖິງທີ່ສຸດແລ້ວກໍຈະຂາດບັນຫາໂດຍສິ້ນເຊີງ ດັ່ງນັ້ນຄວາມບໍ່ມີທຸກ ​ຫຼືຄວາມສະຫງົບຈຶ່ງຄວນຈັດເປັນ “ຄວາມສຸກທີ່ແທ້ຈິງຂອງມະນຸດ” ແລະຄວນຈັດ “ເປັນສິ່ງສູງສຸດສຳລັບມະນຸດ” ທຸກຄົນດ້ວຍ.

Post a Comment

0 Comments
Post a Comment (0)
1200--500px.gif

#buttons=(Accept !) #days=(20)

ພວກເຮົາໃຊ້ນະໂຍບາຍຄຸກກີ້ໃນການນນຳສະເໜີເນື້ອຫາ ເພື່ອໃຫ້ທ່ານໄດ້ຮັບປະສົບການດີຍິ່ງຂຶ້ນ ກົດອ່ານຂໍ້ມູນເພີ່ມຕື່ມກ່ຽວກັບການໃຊ້ຄຸກກີ້ ອ່ານເພີ່ມຕື່ມ
Accept !
To Top