ຈົ່ງຮູ້ສຶກ ໂຊກດີ ກັບທຸກເຊົ້າ ທີ່ເຈົ້າຍັງມີລົມຫາຍໃຈ ແລະ ຂໍໃຫ້ຕົວເອງກ້າວຜ່ານ ຊ່ວງເວລາທີ່ໂຫດຮ້າຍໄປໃຫ້ໄດ້ ໃນທຸກມື້ ບໍ່ຈຳເປັນຕ້ອງລືມ ຊ່ວງເວລາທີ່ໂຫດຮ້າຍ ເພາະບາງເທື່ອ ຕ້ອງເກັບມັນໄວ້ເພື່ອເປັນແຮງບັນດານໃຈ ແລະກະຕຸ້ນໃຫ້ເຮົາວ່າຢ່າຍອມພ່າຍແພ້ກັບມັນງ່າຍໆ ເຄີຍສຸກ ກໍຕ້ອງທຸກເປັນ ເຄີຍຮ້ອນ ກໍຕ້ອງເຢັນລົງ ເຄີຍຖືກໃສ່ຮ້າຍ ກໍຈົ່ງໃຫ້ອະໄພ ຢ່າຜູກໃຈເຈັບເປີດໃຈ ຍອມຮັບຄວາມຜິດຫວັງໃຫ້ໄດ້ຍອມຮັບໃຫ້ໄດ້ວ່າ ຊີວິດຄົນເຮົາ ມີທຸກ ແລະສຸກສະເໝີ