ຄວາມພະຍາຍາມ ເປັນເລື່ອງທີ່ແຕ່ລະຄົນມີບໍ່ເທົ່າກັນ ໃນການກະທຳເລື່ອງໃດໜຶ່ງ ຊຶ່ງມັນເປັນສ່ວນຫນຶ່ງຂອງຄວາມສຳເລັດຂອງເລື່ອງນັ້ນ ເມື່ອເລື່ອງໃດກໍຕາມທີ່ຢາກໃຫ້ສຳເລັດ-ດີຂຶ້ນ-ກ້າວໜ້າ ແຕ່ກັບລົ້ມເຫລວ-ລົ້ມເລີກ ເພາະບໍ່ພະຍາຍາມ ໂດຍການອ້າງສາເຫດອັນຫຼາກຫຼາຍ ເຊັ່ນ ຕົ້ນທຶນຊີວິດບໍ່ເທົ່າກັນ ແນ່ນອນຕົ້ນທຶນຊີວິດບໍ່ເທົ່າກັນ ນັ້ນໝາຍເຖິງເຮົາຕ້ອງພະຍາຍາມໃຫ້ຫຼາຍກວ່າເກົ່າ ແຕ່ຫາກເຮົາເອົາຕົວເອງໄປປຽບກັບສິ່ງທີ່ຄົນ ມີຕົ້ນທຸນມາດີກວ່າໃນເລື່ອງນັ້ນໆ ມັນເປັນພຽງຂໍ້ອ້າງ.

