ສຸກຈາກພາຍໃນສູ່ພາຍນອກ

0

 

ຄົນເຮົາ ເມື່ອເຫັນຄຸນຄ່າຂອງຕົນເອງ ກໍຈະບໍ່ດິ້ນລົນຍາດແຍ່ງ

ບໍ່ຕ້ອງປົກປິດອຳພາງ ບໍ່ຕ້ອງສ້າງພາບຫຼູຫຼາ

ເພາະເຮົາຮູ້ດີ ວ່າເຮົານັ້ນມີດີມີເສຍຢ່າງໃດ

ແລະຄວນພັດທະນາຕົນເອງເຊັ່ນໃດ

ຄົນເຮົາ ເມື່ອຮູ້ຈັກພູູມໃຈ ໃນຄວາມສຳເລັດຂອງຕົນເອງ

ບໍ່ວ່າຈະນ້ອຍພຽງໃດ ກໍບໍ່ຈຳເປັນຕ້ອງປຽບທຽບກັບຄົນອື່ນ

ແລະຈະເປັນສຸກໃຈ ໄດ້ສະເໝີ ເພາະບໍ່ມີຄົນອື່ນເໝືອນເຮົາ

ເປັນຫຍັງເຮົາຈະຕ້ອງເໝືອນຄົນອື່ນ


ຄົນເຮົາ ເມື່ອຮູ້ຈັກພໍພຽງ ພໍພຽງໃນການບໍລິໂພກ

ພໍພຽງໃນຊັບສົມບັດ ບໍ່ໂລບໃນຊື່ສຽງ

ດັ່ງນັ້ນຂໍພຽງ ເຮົາຮູ້ຈັກເຫັນຄຸນຄ່າ ໃນຊີວິດຕົນເອງ ແລະຜູ້ອື່ນ

ຮູ້ຈັກເຕີມເຕັມຈາກພາຍໃນ ໃຊ້ຄຸນນະທັມເປັນແນວທາງໃຫ້ຊີວິດ

ຈິດກໍຈະເບົາສະບາຍ ບໍ່ກັງວົນ ບໍ່ຮ້ອນຮົນ ບໍ່ທະຍານຢາກ

ແລະມີແຕ່ຄວາມອິດສະຫລະເສລີ ໃນທຸກທີ່ທຸກເວລາ...



Post a Comment

0 Comments
Post a Comment (0)
1200--500px.gif

#buttons=(Accept !) #days=(20)

ພວກເຮົາໃຊ້ນະໂຍບາຍຄຸກກີ້ໃນການນນຳສະເໜີເນື້ອຫາ ເພື່ອໃຫ້ທ່ານໄດ້ຮັບປະສົບການດີຍິ່ງຂຶ້ນ ກົດອ່ານຂໍ້ມູນເພີ່ມຕື່ມກ່ຽວກັບການໃຊ້ຄຸກກີ້ ອ່ານເພີ່ມຕື່ມ
Accept !
To Top